ແປລາວ ↔ Karaoke

ກະລຸນາເລືອກທິດທາງການແປ
ກຳລັງແປ...
ຕິດຕໍ່ໂຄສະນາ
ສົນໃຈໂຄສະນາໃນເວັບໄຊທ໌້ຂອງພວກເຮົາບໍ? ຕິດຕໍ່ມາທີ່

ອີເມວ: jonepms216@gmail.com

whatsapp: whatsapp

ບໍລິການແປພາສາລາວ ເປັນ ພາສາຄາຣາໂອເກະ

ສຳລັບຄົນມັກພິມພາສາຄາຣາໂອເກະ ມາເລີຍ! ໂປຣແກຣມແປພາສາຄາຣາໂອເກະຟຣີ

ໂປຣແກຣມສຳລັບປ່ຽນຕົວອັກສອນລາວເປັນຕົວອັກສອນໂຣມັນ ເພື່ອຈະໃຫ້ຮູ້ວ່າພາສາລາວຄຳທີ່ເຮົາສົນໃຈນັ້ນ ຖ້າຂຽນດ້ວຍຕົວອັກສອນອັງກິດ ຕ້ອງສະກົດແບບໃດ? ນຳໃຊ້ງ່າຍໆ ບໍ່ຍາກເລີຍ

ຕົວຢ່າງ: ເຮົາຕ້ອງການຮູ້ວ່າ ຄຳວ່າ "ແປພາສາງ່າຍ" ຖ້າຂຽນດ້ວຍຕົວອັກສອນໂຣມັນ ຈະສະກົດແບບໃດ? ເຮົາກໍ່ພິມຄຳວ່າ "ແປພາສາງ່າຍ" ເຂົ້າໄປໃນໂປຣແກຣມ ໂປຣແກຣມກໍ່ຈະປ່ຽນອອກມາເປັນຄຳວ່າ "Pae Pha sa Ngaiy"

ປະໂຫຍດຂອງໂປຣແກຣມນີ້:

ມາຮູ້ຈັກກັນວ່າພາສາຄາຣາໂອເກະແມ່ນຫຍັງ?

ພາສາທີ່ໄວລຸ້ນຍຸກໃໝ່ນິຍົມໃຊ້ພິມແຊັດ ຜູ້ໃຫຍ່ຮູ້ໄວ້ຈະໄດ້ບໍ່ງົງວ່າໄວລຸ້ນເຂົາແຊັດຫຍັງກັນ ມາຄາຍຂໍ້ສົງໃສກັນໄດ້ທີ່ນີ້

ພາສາຄາຣາໂອເກະແມ່ນຫຍັງ?

ພາສາຄາຣາໂອເກະ ແມ່ນການພິມໂດຍໃຊ້ຕົວອັກສອນອັງກິດ ທີ່ຖອດສຽງຈາກໃນພາສາລາວ ໂດຍບໍ່ໄດ້ຄຳນຶງເຖິງຄວາມໝາຍພາສາອັງກິດ ຄ້າຍຄືຕອນທີ່ເຮົາໄປຮ້ອງເພງຄາຣາໂອເກະທີ່ຮ້ານຄາຣາໂອເກະ ແລະ ມີຊັບພາສາຄາຣາໂອເກະໃຫ້ຄົນຕ່າງຊາດຫຼືຄົນລາວທີ່ອ່ານພາສາລາວບໍ່ໄດ້ສາມາດຮ້ອງຕາມໄດ້

ສາເຫດທີ່ນິຍົມໃຊ້ພາສາຄາຣາໂອເກະ

ຕົວຢ່າງພາສາຄາຣາໂອເກະແບບຕ່າງໆ

📱 ພາສາຄາຣາໂອເກະໃຊ້ໄດ້ທຸກມື້

ສະບາຍດີsa baiy d
ກິນເຂົ້າລະຫວາ?Kin Khao la wa?
ເຮັດຫຍັງຢູ່h y u

💖 ພາສາຄາຣາໂອເກະແບບຄົນມີຄວາມຮັກ

hux khue kao drຮັກຄືເກົ່າເດີ
ຄິດຮອດkhit hrt
ຮັກທີ່ສຸດhux T Soud

😊 ພາສາຄາຣາໂອເກະແບບອ່ອຍໆ

ໂສດຫຼາຍຄືນນີ້sod laiy khuen ni
ຢາກເປັນຄົນຂອງເຈົ້າyark Pen khn khong Jao
A:ມີໂອບໍmi O br
B:ໂອຫຍັງO Y
A:ໂອກາດທີ່ເຮົາຈະຮັກກັນO Kart T hao ja hux kun

ສະຫຼຸບ

ພາສາຄາຣາໂອເກະ ຈຶ່ງປຽບດັ່ງຕົວກາງໃນການສື່ສານບໍ່ແຕກຕ່າງຈາກພາສາອື່ນໆ ທີ່ໃຊ້ໃນຊີວິດປະຈຳວັນ ຖ້າໃຜຢາກແຊັດບໍ່ໜ້າເບື້ອ ສາມາດລອງພິມເປັນພາສາຄາຣາໂອເກະແທນໄດ້ ຮັບປະກັນວ່າເພີ່ມຄວາມໜ້າສົນໃຈ ແລະ ສີສັນໃນຂໍ້ຄວາມແຊັດໄດ້ຫຼາຍຂຶ້ນ